ກອງປະຊຸມນັກຂ່າວໂລກ 2024
ປຶກສາຫາລືກ່ຽວກັບ ສິ່ງທ້າທາຍຈາກ AI ຕໍ່ອະນາຄົດຂອງຂະແໜງສື່ມວນຊົນ
ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ເມສາ 2024 ນີ້ວ່າ: ກອງປະຊຸມນັກຂ່າວໂລກ 2024 ຈັດຂຶ້ນໂດຍສະມາ
ຄົມນັກຂ່າວ ສ ເກົາຫຼີ, ດ້ວຍຫົວຂໍ້ “ບົດບາດຂອງສື່ມວນຊົນໃນການລົງຂ່າວ ກ່ຽວກັບສົງຄາມ ແລະ ເຕັກໂນໂລຊີປັນຍາປະດິດ (AI)
ແລະ ອະນາຄົດຂອງຂະແໜງສື່ມວນຊົນ”, ໄດ້ດຳເນີນຢູ່ ນະຄອນຫຼວງ ເຊອູນ ສ ເກົາຫຼີ ໃນລະຫວ່າງວັນທີ 22–26 ເມສານີ້. ກອງ
ປະຊຸມປີນີ້ ມີການເຂົ້າຮ່ວມຂອງນັກຂ່າວ 52 ຄົນທີ່ມາຈາກ 47 ປະເທດໃນໂລກ.
ໃນໄລຍະດຳເນີນກອງປະຊຸມ, ນອກຈາກບັນດາວາລະປຶກສາຫາລືແບ່ງປັນວິຊາການ, ທັກສະໃນການເຮັດຂ່າວ ແລະ ພິເສດແມ່ນ
ອະນາຄົດຂອງສື່ມວນຊົນ ຕໍ່ໜ້າສິ່ງທ້າທາຍທີ່ມາຈາກ AI ແລະ ແຊັດບອດ ແລະ ແຊັດຈີພີທີ (chatbot ChatGPT), ສັນຕິພາບ
ໂລກ ແລະ ວິທີການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ບັນດານັກຂ່າວໄດ້ລອງນຳໃຊ້ບັນດາເຕັກໂນໂລຊີທີ່ກ້າວໜ້າ ແລະ ກະແສວັດທະ
ນະທຳ ສ ເກົາຫຼີ. ນອກນັ້ນ, ບັນດານັກຂ່າວ ກໍ່ໄດ້ໄປທັດສະນະຢູ່ບາງນະຄອນໃຫຍ່ທີ່ມີຫຼາຍທັດສະນີຍະພາບ ແລະ ດີເດັ່ນກ່ຽວກັບເຕັກ
ໂນໂລຊີສີຂຽວຄື: ຊູວອນ (Suwon), ອານຊານ (Ansan), ໂຢງກິວ (Yongil) ແລະ ອິນຊອນ (Incheon); ຢ້ຽມຊົມເຂດປອດການ
ທະຫານ (DMZ) ແລະ ໝູ່ບ້ານຢຸດຍິງ (Panmujom).
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/04/2024